728x90 AdSpace

LightBlog

Breaking

4.06.2018

ສາວງາມ ມີເຊື້ອເອດ ລັກຂາຍບໍລິການທາງເພດ ເຕືອນລູກຄ້າຮີບກວດຮ່າງກາຍ


ເວບໄຊທ໌ Taiwan News ລາຍງານຂ່າວວ່າຍິງຂາຍບໍລິການຊາວໄທຍ ເຊິ່ງມີການເປີດເຜີຍຊື່ວ່າ ແພັດຕີ້ ໄດ້ຖືກກັກໂຕຂໍ້ຫາລັກລອບຂາຍບໍລິການໃນໄຕ້ຫວັນ. ແລະ ຍັງພົບວ່າໄດ້ຕິດເຊື້ອເອດອີກ.

ໂດຍລາຍງານຂ່າວໄດ້ກ່າວວ່າ ສາວໄທອາຍຸ 24 ປີ ຄົນນີ້ ໄດ້ເດີນທາງໄປໄຕ້ຫວັນດ້ວຍວີຊ້ານັກທ່ອງທ່ຽວໃນວັນທີ 11 ມີນາ 2018 ແລະໄດ້ເລີ່ມລັກຂາຍບໍລິການກັບລູກຄ້າຫລາຍສິບຄົນ ໂດຍໃຊ້ໂປຣແກຣມສົນທະນາ ເພື່ອຕິດຕໍ່ການຂາຍບໍລິການທາງເພດໃນແຕ່ລະຄັ້ງ.


ໃນລະຫວ່າງວັນທີ 13-22 ມີນາ 2018 ເມືອງໄຕ້ຖົງ ທາງທິດຕາເວັນອອກຂອງໄຕ້ຫວັນ ດ້ານສຳນັກງານສາທາລະນະສຸກເມືອງໄຕ້ຖົງ ອອກເປີດເຜີຍວ່າ ຜົນການກວດສອບແມ່ຍິງສາວຊາວໄທຈາກຫ້ອງທົດລອງໄດ້ຢືນຢັນວ່າ ນາງເປັນຜູ້ຕິດເຊື້ອ HIV ແລະເຮັດໃຫ້ຜູ້ຊາຍໃຊ້ບໍລິການກັບນາງມີຄວາມສ່ຽງຕໍ່ການຕິດເຊື້ອເຊັ່ນກັນ ພ້ອມກັບຂໍໃຫ້ຜູ້ຊາຍທີ່ໄດ້ຫຼັບນອນກັບນາງ ເຂົ້າຮັບການກວດພາຍໃນສາມເດືອນ. ຂະນະທີ່ຂໍ້ມູນທາງການຈາກໄຕ້ຫວັນ ຍິງຊາວໄທນີ້ໄດ້ຖືກໄລ່ອອກໄປຢູ່ປະເທດໄທ ແລະຕໍາຫຼວດໄຕ້ຫວັນກໍາລັງກະກຽມເພື່ອກໍາຈັດເຄືອຂ່າຍກຸ່ມຄ້າຂາຍບໍລິການ ໃນພື້ນທີ່ພາກຕາເວັນອອກຂອງປະເທດ

No comments:

Post a Comment