ໂຮງໝໍມິດຕະພາບ (150ຕຽງ) ນະຄອນຫຼວງວຽງຈັນ ໄດ້ຮ່ວມມືກັບບໍລິສັດມາລີນີ ສ້າງຕຶກນອນປິ່ນປົ່ວຄົນເຈັບຫຼັງໃໝ່ ເຊິ່ງເປັນອາຄານ 6ຊັ້ນ ປະກອບດ້ວຍຫ້ອງນອນຄົນເຈັບ 52ຫ້ອງ ຈຳນວນ119ຕຽງນອນແລະ ຫ້ອງພັກສຳລັບຍາດພີນ້ອງອີກ73 ຫ້ອງ ທັງນີ້ກໍຕອບສະໜອງໃຫ້ຂອດບໍລິການຄົນເຈັບ ໄດ້ຮັບການປັບປຸງດີຂຶ້ນ ຮັບປະກັນໄດ້ຄວາມສະອາດ ປອດໄພ ແລະ ກ້າວໄປສູ່ການບໍລິການຄົບວົງຈອນ ຫຼຸດຜ່ອນການເດີນທາງໄປໃຊ້ບໍລິການດ້ານສາທາລະນະສຸກຢູ່ປະເທດໃກ້ຄຽງ.
ທ່ານ ສະໜອງ ທອງຊະນະ ຜູ້ອຳນວຍການໂຮງໝໍມິດຕະພາບ ກ່າວວ່າ: ໂຮງໝໍມິດຕະພາບ 150 ຕຽງ ເປີດນຳໃຊ້ ແລະ ໃຫ້ບໍລິການແກ່ສັງຄົມ ມາແຕ່ປີ 1988 ເປັນຕົ້ນມາ ແລະ ໄດ້ຂະຫຍາຍຈຳນວນຕຽງຮອງຮັບຈາກ 150 ຕຽງ ມາເປັນ 300 ຕຽງ ໃນປັດຈຸບັນ ແຕ່ເຫັນວ່າຍັງບໍ່ສາມາດຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຂອງສັງຄົມ ດັ່ງນັ້ນ ການກໍ່ສ້າງຕຶກນອນປິ່ນປົ່ວຄົນເຈັບຫຼັງໃໝ່ນີ້ ຖືວ່າມີຄວາມໝາຍຄວາມສຳຄັນຍິ່ງ ນອກຈາກເປັນການປັບປຸງການບໍລິການຂອງໂຮງໝໍແລ້ວ ຍັງເປັນການປະກອບສ່ວນສຳຄັນ ເຂົ້າໃນການຈັດຕັ້ງປະຕິບັດວຽກງານດ້ານສາທາລະນະສຸກຂອງກະຊວງວາງອອກ ໃຫ້ນັບມື້ດີຂຶ້ນເປັນກ້າວໆ ໂຄງການກໍ່ສ້າງຕຶກນອນປິ່ນປົວຄົນເຈັບຫຼັງໃໝ່ ມີຂະໜາດຂອບເຂດໂຄງການທັງໝົດ 4.133 ຕາແມັດ ຂະໜາດການກໍ່ສ້າງ 50X25 ແມັດ ເປັນອາຄານ 6 ຊັ້ນ ເທົ່າກັບ 10.615,5 ຕາແມັດ ມູນຄ່າ 8,2 ລ້ານໂດລາສະຫະລັດ ຫຼື ປະມານ 65 ຕື້ກີບ.
ທ່ານ ພຸດສະດຸ ອິນທະວົງ ປະທານກຸ່ມບໍລິສັດ ມາລີນີ ຈຳກັດ ກ່າວວ່າ: ໂຄງການກໍ່ສ້າງຕຶກນອນປິ່ນປົວຄົນເຈັບຫຼັງໃໝ່ນີ້ ເປັນໂຄງການສຳປະທານແບບ BOT 39 ປີ ບໍລິສັດລົງທຶນທັງໝົດແລ້ວເກັບຄ່າບໍລິການ ການກໍ່ສ້າງເປັນອາຄານທີ່ທັນສະໄໝ ອຸປະກອນອຳນວຍຄວາມສະດວກຄົບຊຸດ ມີໄລຍະການກໍ່ສ້າງ 36 ເດືອນ ປະກອບມີຫ້ອງນອນຄົນເຈັບ ຈຳນວນ 52 ຫ້ອງ ຕຽງນອນທັງໝົດ 119 ຕຽງ ພ້ອມກັບໂຮງແຮມ ຫຼື ຫ້ອງພັກສຳລັບຍາດຕິພີ່ນ້ອງຄົນເຈັບ ຈຳນວນ 73 ຫ້ອງ ຈຳນວນຕຽງ 103 ຕຽງ ພ້ອມກັບຫ້ອງອາຫານ ແລະ ສິ່ງອຳນວຍຄວາມສະດວກອື່ນໆ.





No comments:
Post a Comment