728x90 AdSpace

LightBlog

Breaking

1.03.2018

ຫ້ອງການເມືອງກົມໃຫຍ່ເສນາທິການກອງທັບໄດ້ແຕ່ງຕັ້ງ ພັນໂທ ເທບພະພອນ ຫອມດີ ເປັນຮອງຫົວໜ້າ


ກົມໃຫຍ່ເສນາທິການກອງທັບ ໄດ້ຈັດພິທີປະກາດການແຕ່ງຕັ້ງ ຮອງຫົວໜ້າຫ້ອງການເມືອງ, ຮອງຫົວໜ້າກົມ ແລະ ພະແນກການຕ່າງໆທີ່ຂຶ້ນກັບ ໃນວັນທີ 28 ທັນວາ 2017ຜ່ານມາ ໂດຍການ ເຂົ້າຮ່ວມ ແລະ ເປັນປະທານຂອງ ທ່ານພົນຈັດຕະວາ ປະສິດ ທ່ຽງທຳ ກຳມະການຄະນະພັກກະ ຊວງປ້ອງກັນປະເທດ, ຮອງຫົວ ໜ້າກົມໃຫຍ່ເສນາທິການກອງ ທັບ ເຊິ່ງມີຫົວໜ້າກົມ, ຮອງກົມ, ຫ້ອງການ, ພະແນກ ແລະ ພະ ນັກງານທີ່ໄດ້ຮັບການແຕ່ງຕັ້ງ ໃໝ່ຕະຫຼອດຮອດຄະນະພັກ-ຄະ ນະບັນຊາກົມກອງທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ພັນໂທ ໄຊພອນ ສອນມະນີ ຮອງຫົວໜ້າຫ້ອງການເມືອງກົມ ໃຫຍ່ເສນາທິການກອງທັບໄດ້ ຂຶ້ນຜ່ານຂໍ້ຕົກລົງຂອງກະຊວງ ປ້ອງກັນປະເທດວ່າດ້ວຍການ ແຕ່ງຕັ້ງຮອງຫົວໜ້າຫ້ອງການ ເມືອງກົມໃຫຍ່ເສນາທິການກອງ ທັບ ແລະ ຕຳແໜ່ງອື່ນໆ,ອີງຕາມກົດໝາຍນາຍທະຫານກອງທັບປະຊາຊົນລາວ, ອີງຕາມໜັງສືສະເໜີຂອງກົມໃຫຍ່ເສນາທິການກອງທັບ ແລະ ອີງຕາມມາດຖານຂອງນາຍທະຫານກະຊວງປ້ອງກັນປະເທດ ຕົກລົງແຕ່ງຕັ້ງ ພັນໂທ ເທບພະພອນ ຫອມດີ ເປັນຮອງຫົວໜ້າ ຫ້ອງການເມືອງກົມໃຫຍ່ເສນາທິການກອງທັບ, ຍົກຍ້າຍພັນໂທ ບຸນຍົດ ພົງສະຫວັດ ຫົວໜ້າພະແນກຢູ່ຫ້ອງການເມືອງກົມໃຫຍ່ ເສນາທິການກອງທັບ ໄປໃຫ້ກົມ ປ້ອງກັນອາກາດ ແລະ ແຕ່ງຕັ້ງ ພັນໂທ ບຸນຍົດ ພົງສະຫວັດ ເປັນ ຮອງຫົວໜ້າກົມປ້ອງກັນອາ ກາດ;


ຍົກຍ້າຍພັນໂທ ບຸນສົດ ອິນ ສີມາ ຮອງຫົວໜ້າຫ້ອງເສນາທິ ການກອງພົນທີ 5 ໄປໃຫ້ກົມ ຊ່າງແສງ ກົມໃຫຍ່ເສນາທິການ ກອງທັບ ແລະ ແຕ່ງຕັ້ງພັນໂທ ບຸນສົດ ອິນສີມາ ເປັນຮອງຫົວ ໜ້າກົມຊ່າງແສງ.
ຂໍ້ຕົກລົງວ່າ ດ້ວຍການແຕ່ງຕັ້ງຄະນະບັນຊາ ໂຄງການສື່ສານຮັບໃຊ້ການນຳ ແລະ ພາກລັດບໍລິຫານ, ກະຊວງ ປ້ອງກັນປະເທດຕົກລົງແຕ່ງຕັ້ງ ບັນດາຮອງຫົວໜ້າໂຄງການສື່ ສານຮັບໃຊ້ການນຳ ແລະ ພາກ ລັດບໍລິຫານຄື: ພັນໂທ ອານົງສີ ແກ້ວຄຳພັນ ເປັນຮອງຮັບຜິດ ຊອບວຽກງານການເມືອງ, ພັນ ໂທ ຄຳຜຸຍ ໂຊດມີໄຊ ເປັນຮອງ ຮັບຜິດຊອບວຽກງານເຕັກນິກ, ພັນໂທ ແກ້ວລະຄອນ ຈັນນິພອນ ເປັນຮອງຮັບຜິດຊອບວຽກງານ ພະລາທິການ.
ຂໍ້ຕົກລົງວ່າດ້ວຍ ການແຕ່ງຕັ້ງຫົວໜ້າເຂດພາກ ໃຕ້, ພາກກາງ ແລະ ເຂດພາກ ເໜືອທີ່ຂຶ້ນກັບໂຄງການສື່ສານ ຮັບໃຊ້ການນຳ ແລະ ພາກລັດບໍ ລິຫານກົມໃຫຍ່ການເມືອງກອງ ທັບຕົກລົງ: ແຕ່ງຕັ້ງພັນໂທ ຄຳພວງ ຈັນທະວົງສາ ເປັນຫົວໜ້າ ເຂດພາກໃຕ້; ແຕ່ງຕັ້ງພັນໂທ ຈັນ ເພົ້າດາວັນ ເປັນຫົວໜ້າເຂດພາກ ກາງ ແລະ ແຕ່ງຕັ້ງ ພັນຕີ ບຸນ ນຽນ ເປັນຫົວໜ້າເຂດພາກເໜືອ ທີ່ຂຶ້ນກັບໂຄງການສື່ສານຮັບໃຊ້ ການນຳ ແລະ ພາກລັດບໍລິຫານ.
ຂໍ້ຕົກລົງວ່າດ້ວຍການແຕ່ງ ຕັ້ງຂັ້ນພະແນກການທີ່ຂຶ້ນກັບ ໂຄງການສື່ສານຮັບໃຊ້ການນຳ ແລະ ພາກລັດບໍລິຫານ, ກົມໃຫຍ່ ການເມືອງກອງທັບຕົກລົງແຕ່ງຕັ້ງບັນດາຫົວໜ້າ ແລະ ຮອງພະແນກທີ່ຂຶ້ນກັບໂຄງການສື່ສານ ຮັບໃຊ້ການນຳ ແລະ ພາກລັດ ບໍລິຫານຄື: ພັນໂທ ກິນດາວົງໂພນທະວີ ເປັນຫົວໜ້າຄົ້ນຄວ້າພັດທະນາ, ພັນຕີ ອຸດອນ ໄຊມຸງຄຸນ ເປັນຫົວໜ້າພະແນກແຜນ ການ ແລະ ການຮ່ວມມື, ພັນ ຕີ ສີທັດ ເພັດສົງຄາມ ເປັນຫົວ ໜ້າພະແນກຈັດຕັ້ງ-ບໍລິຫານ ຮ້ອຍເອກ ອຸໄລກອນ ກົມມະ ເມືອງ ເປັນຫົວໜ້າພະແນກກວດ ກາ, ຮ້ອຍເອກ ນາງ ວັນນະຍຸ ພິມມະສອນ ເປັນຫົວໜ້າພະ ແນກການຕະຫຼາດ,​ ຮ້ອຍເອກ ບຸນທະວີ ໂສວານັດ ເປັນຫົວ ໜ້າພະແນກເຕັກນິກ, ຮ້ອຍເອກ ສົມນຶກ ທິມາລາ ເປັນຫົວໜ້າພະ ແນກຄຸ້ມຄອງຂໍ້ມູນຂ່າວສານ, ຮ້ອຍເອກ ໄຊຊະນະ ໂສພະວົງ ເປັນຫົວໜ້າພະແນກກໍ່ສ້າງໂຄງ ລ່າງພື້ນຖານ, ຮ້ອຍໂທ ອຸທິກອນ ຫຼ້າບຸນທັນ ເປັນຫົວໜ້າພະແນກ ໄອທີ, ຮ້ອຍໂທ ແກ້ວມະນີ ວົງ ພົມ ເປັນຫົວໜ້າພະແນກຄຸ້ມ ຄອງບັນຊີ-ການເງິນ, ພັນຕີ ລຳ ໄພ ດວງຕາ ເປັນຮອງພະແນກ ຈັດຕັ້ງບໍລິຫານ, ພັນຕີ ນີວອນ ແກ້ວບຸນໂຮມ ເປັນຮອງພະແນກ ແຜນການ ແລະ ການຮ່ວມມື, ພັນຕີ ບຸນກວ້າງ ສີສະແຫວງສຸກ ເປັນຮອງພະແນກຄົ້ນຄວ້າພັດ ທະນາ, ຮ້ອຍເອກ ພຸດທະວີ ວັນ ບຸນເຮືອງ ເປັນຮອງພະແນກ ກວດກາ, ຮ້ອຍໂທ ນາງ ພິລາວັນ ມະນີວົງ ເປັນຮອງພະແນກຄຸ້ມ ຄອງບັນຊີ-ການເງິນ, ຮ້ອຍໂທ ສຸວັນນະສອນ ພອນທະຈັກ ເປັນ ຮອງພະແນກການຕະຫຼາດ,ຮ້ອຍໂທ ພະນົມພອນ ສາລີພອນ ເປັນຮອງພະແນກເຕັກນິກ, ຮ້ອຍ ໂທ ບຸນຄົງ ວໍລະວົງ ເປັນຮອງພະ ແນກໄອທີ, ຮ້ອຍໂທ ພັນທະມິດ ແກ້ວພິລາ ເປັນຮອງພະແນກຄຸ້ມ ຄອງຂໍ້ມູນຂ່າວສານ, ຮ້ອຍໂທ ອ່າງຄຳ ວິໄລແສງ ເປັນຮອງພະ ແນກກໍ່ສ້າງໂຄງລ່າງພື້ນຖານ, ຮ້ອຍໂທ ນາງ ປິ່ນແກ້ວ ໄຊວົງ ກົດ ເປັນຮອງພະແນກຄຸ້ມຄອງ- ບຳລຸງຮັກສາ ແລະ ຂໍ້ຕົກລົງວ່າ ດ້ວຍການແຕ່ງຕັ້ງຮອງພະແນກ ອົບຮົມການບິນທີ່ຂຶ້ນກັບກົມທະ ຫານອາກາດ ກົມໃຫຍ່ເສນາທິ ການກອງທັບ ກົມໃຫຍ່ການ ເມືອງກອງທັບຕົກລົງແຕ່ງຕັ້ງ ພັນຕີ ຄຳສຸກ ສີດີທອງຄຳ ເປັນ ຮອງພະແນກອົບຮົມການບິນກົມ ທະຫານອາຫານ ກົມໃຫຍ່ເສນາ ທິການກອງທັບ.

ໂອກາດປະກາດການແຕ່ງຕັ້ງ ນີ້ທ່ານພົນຈັດຕະວາ ປະສິດ ທ່ຽງ ທຳ ໃຫ້ກຽດໂອ້ລົມ ແລະ ໃຫ້ທິດ ຊີ້ນຳກ່ຽວກັບການປັບປຸງບູລະ ນະການຈັດຕັ້ງໃນຄັ້ງນີ້ແມ່ນ ຄວາມໄວ້ເນື້ອເຊື່ອໃຈຂອງຂັ້ນ ເທິງເພື່ອແນໃສ່ເຮັດໃຫ້ບັນດາ ເຫຼົ່າຮົບ, ກົມກອງມີຄວາມເຂັ້ມ ແຂງ ແລະ ສືບຕໍ່ຍົກສູງຄວາມ ຮັບຜິດຊອບໃນການຈັດຕັ້ງປະຕິ ບັດໜ້າທີ່ວິຊາສະເພາະເປັນພະ ນັກງານການນຳແລ້ວຕ້ອງເປັນ ແບບຢ່າງໃນການເຄື່ອນໄຫວ ໜ້າທີ່ຕ່າງໆ, ເສີມຂະຫຍາຍ ຄວາມສາມັກຄີລະຫວ່າງຂັ້ນ ເທິງກັບຂັ້ນລຸ່ມຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນການປະຕິບັດໜ້າທີ່ ວຽກງານວິຊາສະເພາະ ແລະ ຮຽກຮ້ອງໃຫ້ບັນດາສະຫາຍຜູ້ທີ່ ຖືກແຕ່ງຕັ້ງໃນຄັ້ງນີ້ຕ້ອງຍົກສູງ ຄວາມຮັບຜິດຊອບໜ້າທີ່ອັນໜັກ ໜ່ວງ ແລະ ສືບຕໍ່ເຝິກຝົນຫຼໍ່ຫຼອມ ຕົນເອງໃຫ້ກາຍເປັນພະນັກງານ ທີ່ມີຄຸນທາດການເມືອງໜັກ ແໜ້ນມີທັດສະນະຫຼັກໝັ້ນຊື່ສັດ ບໍລິສຸດ, ມີສະຕິເຄົາລົບນັບຖືລະ ບຽບກົດໝາຍ ແລະ ມີທັດສະນະ ມະຫາຊົນຖືກຕ້ອງ.

ແຫລ່ງທີ່ມາຫນັງສືພິມກອງທັບ


No comments:

Post a Comment