728x90 AdSpace

LightBlog

Breaking

2.04.2018

6 ອາຫານ “ຫ້າມໃສ່ບາດ” ເດັດຂາດ ທີ່ຫຼາຍຄົນຍັງບໍ່ຮູ້



6 ອາຫານ “ຫ້າມໃສ່ບາດ” ເດັດຂາດ ທີ່ຫຼາຍຄົນຍັງບໍ່ຮູ້

ເຊື່ອວ່າຫຼາຍໆຄົນຍັງບໍ່ຮູ້ ວ່າອາຫານເເບບໃດທີ່ ໃສ່ບາດເເລ້ວບາບ ມັນອາດຈະຕິດຕົວຢ່າຖວາຍໃຫ້ພະ ມື້ນີ້ເຮົາໄດ້ມີ 6 ອາຫານຕ້ອງຫ້າມທີ່ “ບໍ່ຄວນໃສ່ບາດເຮັດບຸນ” ເພາະທີ່ເຈົ້າເຮັດມັນຄືບາບ ຈະມີຫຍັງຕ້ອງໄປເບິ່ງກັນ

1. ເຂົ້າສານ ອາຫານແຫ້ງ ເນື້ອສັດ ບໍ່ຄວນໃສ່ບາດ


ຕາມພະວິໄນແລ້ວ…ພຣະສົງບໍ່ສາມາດເຮັດອາຫານເອງໄດ້ ແລະພຣະບໍ່ຄວນເກັບອາຫານໄວ້ຂ້າມມື້ ຖ້າຈະຖວາຍຈຶ່ງຄວນເປັນຂອງທີ່ກີນໄດ້ທັນທີ ຢ່າງໃດກໍຕາມ ຖ້າຢາກຖວາຍອາຫານພວກນີ້ຄວນຖວາຍໃຫ້ກັບວັດເພື່ອເກັບເຂົ້າໂຮງທານຈະເໝາະສົມກວ່າ

2. ໃສ່ເງີນໃນບາດບໍ່ໄດ້ເດັດຂາດ!!


ພຣະຮັບເງີນຖືວ່າຜິດພະທຳວິໄນ ຫລືອາບັດ ຊາວພຸດທທ່ານໃດຢາກຖວາຍປັດໄຈຄວນນຳໄປຖວາຍກັບວັດຫລືຫຍອດຕາມຕູ້ຈະດີກວ່າ

3. ຊີ້ນຕ້ອງຫ້າມ 10 ຊະນິດ


ໂດຍສ່ວນໃຫຍ່ຊີ້ນສັດເຫຼົ່ານີ້ບ້ານເຮົາບໍ່ຄ່ອຍນິຍົມບໍລິໂພກກັນຢູ່ແລ້ວ ດັ່ງນັ້ນ ຢ່ານຶກນຳຊີ້ນສັດເຫຼົ່ານີ້ໄປໃສ່ບາດຫລືຖວາຍພະເດັດຂາດ ຊີ້ນຕ່າງໆໄດ້ແກ່

1.ເນື້ອມະນຸດ 2. ຊີ້ນຊ້າງ 3. ຊີ້ນມ້າ 4. ຊີ້ນໝາ 5. ຊີ້ນງູ 6. ຊີ້ນລາດຈະສີ 7. ຊີ້ນເສືອໂຄ່ງ 8. ເສືອເຫຼືອງ 9. ເສືອດາວ 10.ຊີ້ນໝີ


4. ໝີ່ສຳເລັດຮູບ

ອາຫານສຳເລັດຮູບສະດວກໃນການຈັບຈ່າຍຫລືນຳມາເກັບໄວ້ເພື່ອຕຽມຕົວໃນການເຮັດບຸນຕັກບາດ ແຕ່ເຈົ້າຈະຮູ້ຫລືບໍ່ວ່າໝີ່ສຳເລັດຮູບນັ້ນເຕັມໄປດ້ວຍແປ້ງຊຶ່ງຈະເຮັດໃຫ້ພຣະສົງໄດ້ຮັບແຕ່ຄາໂບໄຮເດນໃນປະມານຫລາຍເກີນໄປ ກໍ່ໃຫ້ເກີດການສະສົມຕາມກ້າມຊີ້ນແລະຕັບໃນຮູບໄກໂຄເຈນແລະເປັນຮູບເປັນໄຂມັນທີ່ແທກຢູ່ຕາມຊັ້ນຜິວໜັງ ອີກຢ່າງໜຶ່ງຄືຜົງປຸງລົດທີ່ເຕັມໄປດ້ວຍໂຊດຽມສະເລຍຊອງລະ 1000 ມິນລິກັມ ຊຶ່ງກໍທຽບໄດ້ເປັນົເຄື່ງໜຶ່ງຂອງປະລິມານແນະນຳໃນແຕ່ລະມື້ຫາກມີການສະສົມເປັນປະລິມານຫລາຍຈະສົ່ງຜົນເຮັດໃຫ້ເກີດພະຍາດຄວາມດັນເລືອດສູງ

5. ຫມາກໄມ້ ທັນຍະພືດທີ່ມີເມັດ
ຫມາກໄມ້ ທັນຍະພືດທີ່ມີເມັດ ເປັນສິ່ງທີ່ບໍ່ຄວນນຳໄປຖວາຍພຣະຫລືຕັກບາດ ເພາະຖືວ່າເມັດເຫຼົ່ານັ້ນຍັງສາມາດໃຫ້ກຳເນີດຊີວິດໄດ້ຢູ່ ຖ້າຕ້ອງການຈະຖວາຍຄວນຈະຕ້ອງເອົາເມັດອອກກ່ອນ ຫລືຕັດເປັນຕ່ອນ ໃຫ້ພ້ອມສັນ

6. ຂະໜົມຫວານ

ພຸດທະສາດນິກະຊົນສ່ວນໃຫຍ່ມັກລືມນຶກເຖິງໂທດທີ່ຈະຕາມມາ ຈຶ່ງມັກຈັດແຈງຕຽມຂະໜົມຫວານຕ່າງ ໆ ຢ່າງເຊັ່ນ ຂະໜົມຕົ້ມ ຂະໜົມຫໍ່ຕ່າງ ໆ ເພື່ອໃສ່ບາດພຣະ ຊຶ່ງກໍຢ່າງທີ່ກ່າວໄວ້ໃນຫຼາຍ ໆ ຂໍ້ກ່ອນໜ້ານີ້ວ່າມັນສົ່ງຜົນເສຍຕໍ່ຮ່າງກາຍຢ່າງໃດ

No comments:

Post a Comment