728x90 AdSpace

LightBlog

Breaking

2.03.2018

ບັນຫາຄຸນນະພາບຕ່ຳ ຂອງບັນດາຄູູ-ອາຈານ ໃນລາວ ເປັນຍ້ອນ ວິທີການຄັດເລືອກ

ລັດຖະມົນຕີລາວ ຍອມຮັບວ່າ ບັນຫາຄຸນນະພາບຕ່ຳຂອງບັນດາຄູູສ່ວນໃຫຍ່ ຢູ່ໃນລາວ
ເປັນຍ້ອນການໃຊ້ວິທີການຄັດເລືອກທີ່ຜິດພາດ ໂດຍຄຳນຶງເຖິງສະພາບຮ່າງກາຍຫຼາຍ
ກວ່າ ຄວາມຮູ້ ແລະຄວາມສາມາດຂອງຄູ.
ທ່ານກອງສີ ແສງມະນີ ລັດຖະມົນຕີຊ່ວຍວ່າການ ກະຊວງສຶກສາທິການ ແລະກິລາ
ຖະແຫລງຍອມຮັບວ່າ ບັນຫາຄຸນນະພາບຕ່ຳຂອງບັນດາຄູ-ອາຈານສ່ວນໃຫຍ່ຂອງ
ລາວ ໃນປັດຈຸບັນນີ້ ມີສາເຫດມາຈາກ ວິທີການຄັດເລືອກທີ່ຜິດພາດ ແລະບໍ່ໄດ້ມາດ
ຕະຖານ ເພາະການຄັດເລືອກຄູ-ອາຈານຂອງລາວ ໃນໄລຍະທີ່ຜ່ານມາ ໄດ້ໃຫ້ຄວາມ
ສຳຄັນກັບສະພາບຮ່າງກາຍ ຫຼາຍກວ່າ ຄວາມຮູ້-ຄວາມສາມາດຂອງຄູ ຈຶ່ງເຮັດໃຫ້ໄດ້
ຄູຮູບຮ່າງໃຫຍ່ ແຕ່ບໍ່ມີຄວາມຮູ້-ຄວາມສາມາດໃນການສອນນັກຮຽນ ອັນໄດ້ສົ່ງຜົນ
ຕໍ່ເນື່ອງເຮັດໃຫ້ນັກຮຽນ ທີ່ຈົບການສຶກສາມາຢ່າງບໍ່ມີຄຸນນະພາບດ້ວຍເຊັ່ນກັນ.
ຄຸທ່ານນີ້ ຢູ່ໃນເຂດຊົນນະບົດ ບໍ່ພຽງແຕ່ຕ້ອງສິດສອນ ພວກເດັກນັກຮຽນອານຸບານ ແຕ່ກໍຍັງຕ້ອງລ້ຽງລູກນ້ອຍຂອງຕົນ ໄປພ້ອມໆກັນອີກດ້ວຍ.
ຄຸທ່ານນີ້ ຢູ່ໃນເຂດຊົນນະບົດ ບໍ່ພຽງແຕ່ຕ້ອງສິດສອນ ພວກເດັກນັກຮຽນອານຸບານ ແຕ່ກໍຍັງຕ້ອງລ້ຽງລູກນ້ອຍຂອງຕົນ ໄປພ້ອມໆກັນອີກດ້ວຍ.
ໂດຍເພື່ອເປັນການແກ້ໄຂບັນຫາດັ່ງກ່າວ ກະຊວງສຶກສາທິການ ແລະກິລາຂອງລາວ
ຈຶ່ງຈະລິເລີ່ມວິທີການຄັດເລືອກຄູ-ອາຈານແບບໃໝ່ ດ້ວຍການຈັດໃຫ້ມີການສອບເສັງ
ຢ່າງເປີດກວ້າງ ແລະຈະຄັດເລືອກເອົາສະເພາະຜູ້ທີ່ສອບເສັງໄດ້ຄະແນນສູງໆ ເທົ່ານັ້ນ
ດັ່ງທີ່ ທ່ານກອງສີ ໄດ້ໃຫ້ການຢືນຢັນວ່າ:
“ຫລັງປົດປ່ອຍມາ ຄຸນນະພາບຂອງຄູ ມັນມີ 2-3 ໄລຍະທີ່ແຕກຕ່າງກັນ ດຽວນີ້ຄູ
ເຂົ້າມາຫຼາຍແລ້ວ ພວກຂ້າພະເຈົ້າເລືອກໂດຍມີມາດຕະຖານ ຄວາມສູງ ຄວາມຕຸ້ຍ
ຄວາມໜັກ ນອກຈາກຜູ້ທີ່ເປັນກໍລະນີພິເສດ ແລ້ວກະມີກໍລະນີຫາງສຽງວ່າ ຄູຜູ້ເກັ່ງ
ມັນຊິບໍ່ໄດ້ຕິ ອັນຄູເຕ້ຍ ລະແມ່ນເກັ່ງຫັ້ນນະ ແຕ່ປັດຈຸບັນນີ້ ພວກເຮົາຍັງເລືອກຜູ້ມາ
ຮຽນຄູບໍ່ທັນໄດ້ຄຸນນະພາບ ອັນນີ້ຍອມຮັບ ແລະປີໜ້ານີ້ ໄດ້ວາງແຜນກັນແລ້ວວ່າ
ຈະເສັງເອົາໝົດ ຜູ້ໃດເຂົ້າຮຽນຄູ ເສັງໄດ້ເກັ່ງກວ່າໝູ່ ແມ່ຊິຂໍໃຫ້ລັດລ້ຽງ.”
ປັດຈຸບັນ ກະຊວງສຶກສາທິການ ມີຄູ-ອາຈານທັງໝົດ 18,000 ກວ່າຄົນທົ່ວປະເທດ
ແລະໃນປີ 2018 ນີ້ ລັດຖະບານລາວ ກໍອະນຸຍາດໃຫ້ສາມາດຮັບຄູໃໝ່ໄດ້ບໍ່ເກີນ
1,800 ຄົນເທົ່ານັ້ນ ດ້ວຍເຫດນີ້ ຈຶ່ງເຮັດໃຫ້ໂຮງຮຽນໃນເຂດຊົນນະບົດຫ່າງໄກ ຍັງຈະ
ຕ້ອງປະເຊີນບັນຫາຂາດຄູສອນ ຕໍ່ໄປນັ້ນເອງ.
ບັນດາຄູ-ອາຈານ ກຸ່ມນຶ່ງ ກຳລັງເຂົ້າຮ່ວມ ກອງປະຊຸມ ເພື່ອປຶກສາຫາລື ເລື່ອງກິດຈະກຳ ການສິດສອນຕ່າງໆ
ບັນດາຄູ-ອາຈານ ກຸ່ມນຶ່ງ ກຳລັງເຂົ້າຮ່ວມ ກອງປະຊຸມ ເພື່ອປຶກສາຫາລື ເລື່ອງກິດຈະກຳ ການສິດສອນຕ່າງໆ
ໂດຍອີງຕາມລາຍງານຂອງ ກະຊວງສຶກສາທິການແລະກິລາ ລະບຸວ່າ ອັດຕາການ
ເຂົ້າຮຽນຂອງເດັກນ້ອຍລາວ ທີ່ອາຍຸ 3-5 ປີ ຢູ່ທີ່ລະດັບ 49 ເປີເຊັນ ສ່ວນການເຂົ້າ
ຮຽນໃນລະດັບປະຖົມສຶກສາ ລະດັບມັດທະຍົມຕົ້ນ ແລະລະດັບມັດທະຍົມປາຍນັ້ນ
ຢູ່ທີ່ອັດຕາສະເລ່ຍ 97.9 ເປີເຊັນ ກັບ 82.2 ເປີເຊັນ ແລະ 47.8 ເປີເຊັນ ຕາມລຳດັບ
ຊຶ່ງຖືເປັນການພັດທະນາດ້ານການສຶກສາ ທີ່ມີການຂະຫຍາຍຕົວເພີ່ມຂຶ້ນ ໃນທຸກ
ພາກສ່ວນ ຫາກແຕ່ການພັດທະນາການສຶກສາໃນລາວ ຍັງຂາດຄຸນນະພາບ ຊຶ່ງເຫັນ
ໄດ້ຈາກອັດຕາການຄ້າງຫ້ອງໃນລະດັບປະຖົມສຶກສາ ຍັງຢູ່ທີ່ລະດັບ 4.9 ເປີເຊັນ
ສ່ວນບັນຫາຍາກຈົນກໍເຮັດໃຫ້ເດັກນ້ອຍ ຕ້ອງປະການຮຽນໃນອັດຕາສະເລ່ຍ 4.8
ເປີເຊັນ ຊຶ່ງສູງທີ່ສຸດໃນກຸ່ມອາຊຽນດ້ວຍກັນ.
ຍິ່ງໄປກວ່ານັ້ນ ດ້ວຍສະພາບຊີວິດການເປັນຢູ່ ທີ່ຍາກຈົນຢ່າງຍິ່ງຂອງປະຊາຊົນລາວ
ຊຶ່ງມີສາເຫດມາຈາກລະດັບຄ່າຄອງຊີບ ທີ່ປັບຕົວສູງຂຶ້ນນັບມື້ ໃນຂະນະທີ່ລັດຖະບານ
ລາວ ກໍບໍ່ສາມາດຈະໃຫ້ການຊ່ວຍເຫຼືອໄດ້ເລີຍນັ້ນ ກໍຍັງເຮັດໃຫ້ການປະການຮຽນ
ຂອງເດັກນ້ອຍ ໃນລະດັບປະຖົມສຶກສາໃນເຂດຊົນນະບົດຂອງລາວນັ້ນ ມີອັດຕາ
ສະເລ່ຍສູງກວ່າ 20 ເປີເຊັນ ອີກດ້ວຍ.

ຍິ່ງໄປກວ່ານັ້ນ ບັນຫາດັ່ງກ່າວຍັງຖືເປັນສະພາບການ ທີ່ກົງກັນຂ້າມກັບນະໂຍບາຍ
ຂອງລັດຖະບານລາວ ຊຶ່ງໄດ້ປະກາດເປົ້າໝາຍ ຈະຂະຫຍາຍໂອກາດດ້ານການສຶກສາ ສຳລັບເດັກນ້ອຍ ໃນເຂດຊົນນະບົດໃຫ້ໄດ້ຢ່າງທົ່ວເຖິງ ໃນປີ 2015 ທີ່ຜ່ານມາ ຫາກ
ແຕ່ ດ້ວຍບັນຫາຄວາມຍາກຈົນ ຂອງປະຊາຊົນທີ່ຍັງບໍ່ໄດ້ຮັບການແກ້ໄຂນັ້ນ ຈຶ່ງເຮັດ
ໃຫ້ ລັດຖະບານລາວ ບໍ່ສາມາດບັນລຸເປົ້າໝາຍດັ່ງກ່າວໄດ້ໃນຕົວຈິງ.
ນອກຈາກນັ້ນ ບັນຫາທີ່ເປັນອຸປະສັກຕໍ່ການຂະຫຍາຍ ໂອກາດທາງດ້ານການສຶກສາ
ຂັ້ນພື້ນຖານ ໃຫ້ໄດ້ຢ່າງທົ່ວເຖິງໃນລາວ ອີກປະການນຶ່ງ ກໍແມ່ນບັນຫາຂາດແຄນດ້ານ
ງົບປະມານຂອງລັດຖະບານ ໂດຍເຫັນໄດ້ຈາການພິມ ແລະແຈກຈ່າຍຕຳລາຮຽນ ໃຫ້
ນັກຮຽນຊັ້ນປະຖົມທຸກຄົນ ໃນປີ 2015 ແຕ່ຈົນເຖິງປັດຈຸບັນ ກໍຍັງສາມາດປະຕິບັດໄດ້
ບໍ່ເຖິງ 70 ເປີເຊັນ ຂອງນັກຮຽນທັງໝົດ ໃນທົ່ວປະເທດລາວ.

No comments:

Post a Comment