ສໍານັກຂ່າວຕ່າງປະເທດລາຍງານຈາກເມືອງຢາງກຸ້ງ ປະເທດມຽນມາ ໃນວັນທີ່ 3 ມັງກອນວ່າ ສໍານັກງານຕໍາຫຼວດເມືອງຢາງກຸ້ງຖະແຫຼງການໃນວັນສຸກທີ່ຜ່ານມາ ເລືອງການຈັບກຸມ ທ້າວ ວິນ ນານ ອານຍຸ 48 ປີ ຕ້ອງສົງໄສໂຍນລະເບີດໃສ່ເຮືອນພັກຂອງນາງ ອອງ ຊານ ຊູຈີ ເຊິ່ງຕັ້ງຢູແຄມບຶງໃນເມືອງຢາງກຸ້ງ ໃນວັນພະຫັດທີ່ຜ່ານມາ
ທ້າວ ວິນ ນາຍ ປະກອບອາຊີບເປັນພະນັກງານຮັກສາຄວາມປອດໄພຂອງບໍລິສັດແຫ່ງໜື່ງ ໃຫ້ການສາລະພາບວ່າລົງມືພຽງຜູ້ດຽວ ແລະເມືອຖາມເຖິງແຮງຈຸງໃຈ ທ້າວ ວິນ ນາຍ ຕອບວ່າ ລາວຖືກສາບໃຫ້ເຮັດແບບນີ້ ຈື່ງຕັ້ງຂໍ້າສົມມຸກຖານວ່າ ອາດມີປະເດັນສຸຂະພາບຈິດເຂົ້າມາກ່ຽວຂ້ອງ ແຕ່ເຈົ້າໜ້າທີ່ຢືນຢັນຈະດໍາເນີນຄະດີກັບທ້າວ ວິນ ນາຍ ບໍວ່າແນວໃດກໍຕາມ





No comments:
Post a Comment