728x90 AdSpace

LightBlog

Breaking

2.05.2018

ສະຫະລັດ ສົ່ງຜູ້ແທນພິເສດໄປຂາຍອາວຸດແລະອຸປະກອນທາງທະຫານໃນງານ “ສິງກະໂປ ແອຣ໌ ໂຊ”


   ໃນວັນທີ່ 4 ມັງກອນ ສໍານັກຂ່າວຕ່າງປະເທດລາຍງານວ່າ ກະຊວງການຕ່າງປະເທດຂອງສະຫະລັດອອກຖະແຫຼງການໃນອາທິດທີ່ຜ່ານມາ ເລື່ອງການສົ່ງນາງ ໄຄດານາວ ຮັກສາການຜູ້ຊ່ວຍລັດຖະມົນຕີ ຕ່າງປະເທດດ້ານກິດຈະການການເມືອງແລະການທະຫານ ຢ້ຽມຢາມສິງກະໂປໃນອາທິດນີ້ ເພື່ອ ປະຊາສໍາພັນ ສິນຄ້າແລະອຸປະກອນທາງທະຫານຂອງສະຫະລັດ ໃນງານສິງກະໂປ ແອຣ໌ ໂຊ ເຊິ່ງເປັນງານສະແດງທີ່ຍິ່ງໃຫຍ່ທີ່ສຸດໃນພູມິພາກອາຊີແລະປາຊີຟິກ ທີ່ຈັດຂື້ນທຸກ 2 ປີ ໃນຊ່ວງວັນທີ່ 6-11 ກຸມພານີ້


ນາງ ໄຄດານາວໂດຍລັດຖະບານວໍຊີງຕັນ ໝາຍໝັ້ນ ເມື່ອການເພື່ອຍອດການສັ່ງຊື້ໃຫ້ກັບສິນຄ້າທີ່ຜະລິດໂດຍບໍລິສັດ ທລັອກຮີດ ມາຕິນ ເປັນຕົ້ນແມ່ນ ເຮືອບິນຂັບໄລ່ເອຟ-35 ແລະຂີປະນາວຸດອີກຫຼາຍລຸນທີຜະລິດໄດຍບໍລິສັດ ເຣຍ໌ທຽນ ຕາມນະໂຍບາຍ ຂອງປະທານາທິບໍດີໂດນັລ ທຣໍ້າ ຂະນະທີ່ແຫຼ່ງຂ່າວໃນກະຊວງການຕ່າງປະເທດສະຫະລັດເຜີຍວ່າ ນັບຈາກນີ້ສະຖານເອກອັກຄະຣາດສະທູດແລະສະຖານກົງສຸນຂອງສະຫະລັດທົ່ວໂລກ ຈະມີບົດບາດເພີ່ມຂື້ນຫຼາຍ ໃນຖານະຜູ້ເຈລະຈາທຸລະກິດ ຂອງລັດຖະບານວໍຊີງຕັນ ກັບລັດຖະບານປະເທດທີ່ຕົນເອງປະຈໍາການຢູ່ ແລະແນ່ນອນສິງກະໂປຖືເປັນສະໜາມທົດສອບແຫ່ງທໍາອິດ


No comments:

Post a Comment