728x90 AdSpace

LightBlog

Breaking

4.06.2018

ສັ່ງຈອງໄດ້ເລີຍ!! ໂຮງແຮມອະວະກາດແຫ່ງທຳອິດ ກຽມເປີດໃຫ້ບໍລິການໃນປີ 2022


ໂອຣຽນ ສະແປນ ປະກາດ ຈະສ້າງໂຮງແຮມໃນອະວະກາດ ກຽມຕ້ອນຮັບຜູ້ເຂົ້າມາພັກໃນອີກ 4 ປີຕໍ່ໜ້າ

ສ່ວນລາຄາຢູ່ທີ່ 9,5 ລ້ານໂດລາສະຫະລັດ.ໂອຣຽນ ສະແປນ (Orion Span) ບໍລິສັດພັດທະນາດ້ານອະວະກາດ ຖະແຫຼງຢູ່ທີ່ກອງປະຊຸມ ສະເປຊ 2,0 ທີ່ເມືອງ ຊານໂຮເຊ ລັດແຄລິຟໍເນຍ ຂອງອາເມລິກາໃນວັນທີ 5 ເມສາ 2018 ປະກາດຈະສ້າງສະຖານີອະວະກາດ ອໍໂຣຣາ (Aurora Station) ໂຮງແຮມອະວະກາດແຫ່ງທໍາອິດ ທີ່ສາມາດຮອງຮັບຜູ້ເຂົ້າພັກໃນເວລາດຽວກັນໄດ້ເຖິງ 6 ຄົນ ໂດຍຕັ້ງເປົ້າຈະເປີດໃຫ້ບໍລິການຊຸດທຳອິດໃນປີ 2022 ຫຼືອີກ 4 ປີຕໍ່ໜ້າ

ສຳລັບຄົນທີ່ຈະໄດ້ພັກໃນໂຮງແຮມອະວະກາດຈະຕ້ອງຜ່ານການກຽມຄວາມພ້ອມ 3 ເດືອນກ່ອນ ແລະ ຄົນທີ່ຈະຂຶ້ນໄປນັ້ນຈະຕ້ອງໃຫ້ຄວາມຮ່ວມມືໃນການທົດລອງປູກພືດເທິງອະວະກາດນຳ ເຖິງແມ່ນວ່າ ຈະຢູ່ໃນໂຮງແຮມອະວະກາດທີ່ຫ່າງໄກ ແຕ່ບໍ່ຕ້ອງຢ້ານເຫງົາ ເພາະໂອຣຽນ ສະແປນ ຕິດຕັ້ງອິນເຕີເນັດຄວາມໄວສູງ ໃຫ້ເຈົ້າຕິດຕໍ່ມາຍັງໂລກໄດ້ຕະຫຼອດເວລາ.


ແຕ່ລາຄາສຳລັບຜູ້ທີ່ຈະເດີນທາງເຂົ້າໄປພັກໃນໂຮງແຮມນີ້ ບໍ່ແມ່ນໜ້ອຍເລີຍ, ຄ່າເດີນທາງໄປກັບພ້ອມບ່ອນພັກ 12 ວັນ ຢູ່ທີ່ 9,5 ລ້ານໂດລາຕໍ່ຄົນ ໂດຍຈະເປີດໃຫ້ຈອງ ແລະ ຕ້ອງຈ່າຍຄ່າມັດຈຳໄວ້ກ່ອນ 80 ພັນໂດລາ.


No comments:

Post a Comment