728x90 AdSpace

LightBlog

Breaking

4.14.2018

ສ່ຽວຮັກສ່ຽວແພງຕິດຄຸກສາມັກຄີ

ຄົນເຮົາຮູ້ດີວ່າຕ້ອງຢູ່ຕ້ອງກິນ ແລະໃຊ້ ຍິ່ງຖ້າຕິດຫຼິ້ນກິນຟຸມເຟືອຍ, ຕິດສິ່ງເສບຕິດຄວາມຫິວໂຫຍຍິ່ງທະວີຄູນຂຶ້ນແຕ່ຄົນຈຳນວນໜຶ່ງກັບບໍ່ສົນຕໍ່ຄວາມຕ້ອງການເຫຼົ່ານັ້ນ ບໍ່ດິ້ນຮົນທຳມາຫາກິນ ຈິ່ງຫາທຸກວິທີປຸ້ນຈີ້ຊີງຊັບ, ລັກຊັບເພື່ອໃຫ້ໄດ້ມາສິ່ງທີ່ຕ້ອງການແມ່ນແຕ່ການລັກສິນຄ້າດີໄປຂາຍເປັນເຫຼັກເສດຍັງພາກັນຮ່ວມຫົວກັນເຮັດດັ່ງຄະດີລາຍນີ້.

ຄະນະສານອາຍາ ສານປະຊາຊົນ ເຂດ 2 ນະຄອນຫຼວງວຽງຈັນ ໄດ້ນໍາພວກຈໍາເລີຍ 5 ຄົນ ຊື່ທ້າວ ຄໍາຜິວ ອາຍຸ 22 ປີ, ທ້າວ ບຸນແນມ ອາຍຸ 24 ປີ, ທ້າວ ອໍາຄາ ອາຍຸ 32 ປີ ທັງສາມຢູ່ບ້ານນາຜາສຸກ, ທ້າວ ພວງພະຈັນ ຫຼື ລອນ ອາຍຸ 32 ປີ ແລະ ທ້າວ ວິທູນ ຢູ່ບ້ານນາຂາວ ທັງ 5 ຂຶ້ນກັບເມືອງໄຊທານີ ນະຄອນຫຼວງວຽງຈັນ ທີ່ຮ່ວມກັນລັກຊັບ ຢູ່ໃນໂຮງງານຂອງບໍລິສັດ ເຄທີເອັນກຣຸບ ຈໍາກັດ ຂຶ້ນພິຈາລະນາຕັດສິນໃນທ້າຍເດືອນມີນາ 2018 ໃນຂໍ້ຫາລັກຊັບພົນລະເມືອງ.

ຜ່ານການຖະແຫຼງການກະທໍາຜິດຂອງພວກຈໍາເລີຍໃນຫ້ອງປະຊຸມສານໃຫ້ຮູ້ວ່າ: ໃນວັນທີ 30 ກັນ ຍາ 2017 ທ້າວ ຄໍາຜິວ ( ຈໍາເລີຍ 1 ) ໄດ້ເຂົ້າໄປລັກເອົາສາຍໄຟ ຈໍານວນ 1 ໂຄ້ງ, ໝໍ້ຂາງ 1 ໜ່ວຍ ແລະ ແຜ່ນໂລຫະຂະໜາດ 15x15x1 ຊັງຕີແມັດ 4 ແຜ່ນ ຢູ່ໂຮງງານຂອງບໍລິສັດ ເຄທີເອັມກຣຸບ ຈໍາກັດ ແລ້ວນໍາໄປຂາຍໃຫ້ກັບຮ້ານເກັບ ຊື້ເຫຼັກເສດ ໄດ້ເງິນ 1.500.000 ກີບ. ມາວັນທີ 2 ຕຸລາ 2017, ທ້າວ ຕຸ້ຍ ແລະ ທ້າວ ພວງພະຈັນ ( ຈໍາເລິຍ 2) ໄດ້ຮ່ວມກັນໄປລັກເອົາເຄື່ອງໃນໂຮງງານຂອງບໍລິສັດ ເຄທີເອັມກຣຸບ ຈໍາກັດ ໄດ້ມໍເຕີ້ນ້ອຍ 2 ເປົາ. ຈາກນັ້ນ, ໄດ້ນໍາ ໄປຂາຍຢູ່ຮ້ານຊື້ເຫຼັກເສດ ໄດ້ເງິນ 1.050. 000 ກີບ.

ໃນວັນດຽວກັນ ທ້າວ ພວງພະຈັນ ( ຈໍາເລີຍ 2 ) ແລະ ທ້າວ ວີທູນ ( ຈໍາເລີຍ 3 ) ຮ່ວມກັນໄປລັກເອົາສາຍໄຟຟ້າ ແລະ ມໍເຕີ້ນ້ອຍ ໄດ້ 2 ເປົາ ແລະ ນໍາໄປຂາຍໄດ້ເງິນ 400.000 ກີບ. ມາວັນຕໍ່ມາ ທ້າວ ພວງພະຈັນ ( ຈໍາເລີຍ 2) ໄດ້ເອົາຢາບ້າ ຈໍານວນ 1 ເມັດ ໄປຈ້າງທ້າວ ບຸນແນມ ( ຈໍາ ເລີຍ 4 ) ໄປລັກເອົາເຫຼັກຢູ່ຂ້າງໂຮງງານ ແຕ່ເມື່ອທ້າວ ບຸນແນມ ໄດ້ໄປລັກມາແລ້ວ ກໍນໍາໄປຂາຍໃຫ້ ກັບພໍ່ຄ້າ ເກັບຊື້ເຫຼັກເສດ ໄດ້ເງິນ 34.000 ກີບ ແລະ ໃນວັນດຽວກັນ ທ້າວ ອໍາຄາ ( ຈໍາເລີຍ 5 ) ໄດ້ເຂົ້າໄປລັກເອົາເຄື່ອງໃນ ໂຮງງານດັ່ງກ່າວ ແລ້ວນໍາໄປຂາຍໄດ້ເງິນ 215.000 ກີບ. ມາວັນທີ 3 ຕຸລາ 2017, ເຈົ້າໜ້າທີ່ ປກສ ເມືອງໄຊທານີ ໄດ້ນໍາກັກຕົວພວກກ່ຽວມາດໍາເນີນຄະດີຕາມກົດໝາຍ.

ຄະນະສານອາຍາເຂດ 2 ໄດ້ຄົ້ນຄວ້າບັນດາຫຼັກຖານເອກະສານຕ່າງໆທີ່ປະກອບໃນສໍານວນຄະດີຢ່າງລະອຽດຖີ່ຖ້ວນ, ຮອບດ້ານ ແລະ ພາວະວິໄສແລ້ວເຫັນວ່າ: ມີຫຼັກຖານໜັກແໜ້ນ ແລະ ພຽງພໍ ຢັ້ງຢືນວ່າ ການກະທໍາຂອງ ທ້າວ ຄໍາຜິວ, ທ້າວ ພວງພະຈັນ, ທ້າວ ບຸນແນມ, ທ້າວ ວິທູນ ແລະ ທ້າວ ອໍາຄາ ເປັນຜູ້ກະກໍາຜິດທາງອາຍາ ມາດຕາ 108 ວັກ 1 ຢ່າງແທ້ຈິງ. ຄະນະສານ ຈຶ່ງເຫັນຄວນຕັດອິດສະຫຼະພາບ ພວກຈໍາເລີຍທັງ 5 ຄົນ ຮັບໂທດຕາມ ກົດ ໝາຍ ຄົນລະ 6 ເດືອນ ປັບໃໝ ຄົນລະ 800.000 ກີບ.

ຂອບໃຈແຫຼ່ງຂ່າວຈາກ ໜັງສືພິມ ປກສ

No comments:

Post a Comment