728x90 AdSpace

LightBlog

Breaking

4.13.2018

ເປັນທາງການ! ນາຍົກລັດຖະມົນຕີ ປະກາດສ້າງຕັ້ງ “ນະຄອນໄກສອນພົມວິຫານ” ແລ້ວ

    ເມື່ອວັນພຸດທີ່ຜ່ານມາ (11 ເມສາ 2018) ນາຍົກລັດຖະມົນຕີໄດ້ອອກດຳລັດ ວ່າດ້ວຍການສ້າງຕັ້ງນະຄອນໄກສອນພົມວິຫານ ເພື່ອປ່ຽນແທນເມືອງໄກສອນພົມວິຫານເຊິ່ງຂຶ້ນກັບແຂວງສະຫວັນນະເຂດ.
       ເນື້ອໃນຂອງດຳລັດລະບຸວ່າ ການສ້າງຕັ້ງນະຄອນໄກສອນພົມວິຫານ ແມ່ນຈະປ່ຽນແທນເມືອງໄກສອນພົມວິຫານ ເຊິ່ງນະຄອນໃນທີ່ນີ້ເປັນອົງການປົກຄອງທ້ອງຖິ່ນຂັ້ນດຽວກັບຂັ້ນເມືອງ ແລະ ຂຶ້ນກັບແຂວງສະຫວັນນະເຂດ.

      ເມືອງໄກສອນພົມວິຫານ ກ່ອນໜ້ານີ້ມີຊື່ວ່າເມືອງຄັນທະບູລີ ພາຍຫຼັງຈຶ່ງໄດ້ປ່ຽນມາໃຊ້ຊື່ຕາມ ທ່ານ ໄກສອນ ພົມວິຫານ ອະດີດປະທານປະເທດແຫ່ງ ສປປ ລາວ ເຊິ່ງມີພູມລຳເນົາຢູ່ທີ່ເມືອງດັ່ງກ່າວ.
      ການປະກາດສ້າງຕັ້ງນະຄອນໄກສອນພົມວິຫານນີ້ ຈະເຮັດໃຫ້ປະຊາຊົນກວ່າ 125,000 ຄົນ ຈາກທັງໝົດ 67 ບ້ານ ກາຍເປັນພົນລະເມືອງຂອງນະຄອນຕັ້ງໃໝ່ໃນພື້ນທີ່ 776 ກິໂລຕາແມັດ.

     ທັງນີ້ ການສ້າງຕັ້ງນະຄອນໃໝ່ບໍ່ໄດ້ມີແຕ່ໃນແຂວງສະຫວັນນະເຂດເທົ່ານັ້ນ, ແຕ່ນະຄອນຫຼວງພະບາງ ແຂວງຫຼວງພະບາງ ແລະ ນະຄອນປາກເຊ ແຂວງຈຳປາສັກ ກໍໄດ້ຮັບການສ້າງຕັ້ງຂຶ້ນໃນໄລຍະດຽວກັນ.
     ຄຳວ່າ “ນະຄອນ” ຕາມກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນສະບັບຫຼ້າສຸດແມ່ນໝາຍເຖິງ ຫົວໜ່ວຍການປົກຄອງໃນລະດັບດຽວກັນກັບເມືອງ ແຕ່ມີການຂະຫຍາຍໂຕທາງດ້ານເສດຖະກິດ ວັດທະນະທຳ ແລະ ພື້ນຖານໂຄງລ່າງໃນລະດັບສູງກວ່າເມືອງທົ່ວໄປ.

ປະຫວັດສາດຂອງສະຫວັນນະເຂດ

     ເລີ່ມໃນສະໄຫມຂອມ ເຮືອງອຳນາດ ເມືອງນີ້ຊື່ວ່າເມືອງສຸວັນນະພູມປະເທດເປັນເມືອງ ທີ່ອຸດົມສົມບູນດ້ວຍຊັບພະຍາກອນທຳມະຊາດໃນປີ ຄສ 1577 ທ້າວຫລວງ ແລະ ນາງສິມໄດ້ອົບພະຍົກຜູ້ຄົນຈາກພາກເຫນືອລົງມາຕັ້ງຫມູ່ບ້ານຊື່ວ່າ ຫລວງໂພນເມືອງສິມຫ່າງຈາກຕົວເມືອງ ປະຈຸບັນປະມານ 18 ກິໂລແມັດ ເສັ້ນທາງດຽວ ກັບໄປພະທາດອີງຮັງ ເມື່ອເຖິງປີ ຄສ 1642 ທ້າວ ສິມພະລີ (ລູກຊາຍ) ໄດ້ພາຊາວບ້ານຫລາຍສິບຄອບຄົວແຍກອອກໄປຕັ້ງເມືອງໃຫມ່ ໃນເຂດສະຫວັນນະເຂດເອີ້ນວ່າບ້ານທ່າແຮ່ ເພາະອຸດົມສົມບູນດ້ວຍແຮ່ທາດຕ່າງໆ ຈົນເຖິງປີ ຄສ 1919 ເມື່ອລາວຕົກເປັນອານານິຄົມຝັ່ງໄດ້ຕັ້ງສຳນັກງານ ຜູ້ວ່າລາຊະການແຜ່ນດິນປະຈຳແຂວງຢູ່ ທ່າແຮ່ ແລະຕັ້ງຊື່ໃຫ້ໃຫມ່ເປັນ "ສະຫວັນນະເຂດ".

     ແຂວງສະຫວັນນະເຂດ ຕັ້ງຢູ່ໃນເສັ້ນຂະໜານທີ 16° 32′ 24″ ເໜືອ ແລະ ເສັ້ນແວງທີ 105° 46′ 48″ ຕາເວັນອອກ, ມີເນື້ອທີ່ 2,177,400 ເຮັກຕາ ແລະ ມີເຂດແດນຕິດຈອດກັບແຂວງ ແລະ ປະເທດໃກ້ຄຽງຄືດັ່ງນີ້ :
  • ທິດເໜືອຕິດກັບແຂວງຄຳມ່ວນ ຍາວເຖິງ 314 ກມ.
  • ທິດໃຕ້ຕິດກັບແຂວງສາລະວັນ ຍາວເຖິງ 259 ກມ.
  • ທິດຕາເວັນອອກຕິດກັບ ສ.ສ.ຫວຽດນາມ ຍາວ122 ກມ.
  • ທິດຕາເວັນຕົກຕິດກັບຣາຊະອານາຈັກໄທ ຍາວ 152 ກມ
ແຂວງສະຫວັນນະເຂດ ໄດ້ແບ່ງອອກເປັນສອງເຂດໃຫຍ່ຄື: ເຂດທົ່ງພຽງກວມ 59% ແລະ ເຂດພູພຽງກວມ 41%(ແບ່ງຕາມລະດັບສູງຈາກນ້ຳທະເລ). ເຂດທົ່ງພຽງແບ່ງອອກເປັນອີກສອງເຂດຄື:
ເຂດທົ່ງພຽງສ່ວນທີ່ລຽບຕາມລຳແມ່ນໍ້າຂອງ ກວມເອົາ 04 ເມືອງຄື: ເມືອງໄຊບູລີ, ເມືອງໄກສອນ ພົມວິຫານ,ເມືອງໄຊພູທອງ ແລະ ສອງຄອນ, ເປັນເຂດທີ່ອຸດົມສົມບູນດ້ວຍເຂົ້າປາອາຫານເປັນແຫລ່ງການຜະລິດເຂົ້າ, ພືດຕະກູນ ຖົ່ວແລະລ້ຽງສັດ(ສັດປີກ,ສັດໃຫຍ່ ແລະ ປາ) ເຊີ່ງມີຄວາມ ສູງຈາກລະດັບນ້ຳທະເລແຕ່ 140 ຫາ 180 ແມັດ.
ສ່ວນເຂດທົ່ງພຽງທີ່ຕັ້ງຢູ່ໃຈກາງລະຫວ່າງເຂດພູພຽງ ກັບທົ່ງພຽງລຽບນ້ຳຂອງນັ້ນ ກວມເອົາ 06 ເມືອງຄື: ເມືອງອຸທຸມພອນ, ອາດສະພັງທອງ, ພະລານໄຊ, ເມືອງຈຳພອນ,ຊົນນະບູລີ ແລະ ອາດສະພອນ, ເຂດນີ້ເປັນເຂດທີ່ປູກເຂົ້າ, ປູກພືດອຸດສາຫະກຳ ແລະ ລ້ຽງສັດໃຫຍ່(ງົວຄວາຍ) ເຊີ່ງມີຄວາມສູງຈາກລະດັບນ້ຳທະເລແຕ່ 180 ຫາ 200 ແມັດ.
ສ່ວນວ່າເຂດພູພຽງກວມເອົາ 05 ເມືອງປະກອບມີ: ເມືອງນອງ,ເຊໂປນ,ວິລະບູລີ, ພີນ ແລະ ທ່າປາງທອງ ເປັນເຂດລໍ່ລ້ຽງໃຫ້ຄວາມຊຸ່ມຊື່ນໃຫ້ເຂດທົ່ງພຽງ, ເໝາະສົມໃນການປູກ ໄມ້ໃຫ້ໝາກ, ພຶດອຸດສາຫະກຳ ແລະ ລ້ຽງສັດ ໃຫຍ່ທຸກໆປະເພດ, ເຂດນີ້ມີຄວາມສູງຈາກລະດັບໜ້ານ້ຳທະເລແຕ່ 200 ຫາ 1.000 ແມັດ.

ປ່າສະຫງວນ

ປ່າສະຫງວນພາຍໃນແຂວງປະກອບມີ: ປ່າສະຫງວນແຫ່ງຊາດເຊບັ້ງນວນປ່າສະຫງວນແຫ່ງຊາດດົງພູວຽງ ແລະ ປ່າສະຫງວນແຫ່ງຊາດພູຊ້າງແຫ່. ພູຊ້າງແຫ່ເປັນສາຍພູຫີນ ແລະ ເປັນຖິ່ນອາໄສຂອງຊົນເຜົ່າຜູ້ໄທ. ດົງພູວຽງເປັນທີ່ຮູ້ຈັກກັນວ່າເປັນປ່າເກົ່າແກ່ທີ່ມີຕົ້ນໄມ້ສູງໃຫຍ່, ບຶງສັກສິດ ແລະ ພະທາດອີງຮັງ, ນອກຈາກນັ້ນຍັງມີສັດທີ່ໃກ້ສູນພັນເຊັ່ນ: ໂອ່ງຄ່າງເງິນ ແລະ ນົກແກງ ເຊິ່ງພົບເຫັນໄດ້ຍາກໃນປ່າສະຫງວນແຫ່ງອື່ນໆ.




ຂໍຂອບໃຈ : Chaoborus

No comments:

Post a Comment